ພາບປະກອບລະບົບ Unik POS ທັນສະໄໝ ແລະ ອຸປະກອນ

UnikOnCloud

ໂຊລູຊັ່ນຄົບວົງຈອນສຳລັບທຸລະກິດຂອງທ່ານ

ລະບົບ POS ທີ່ທັນສະໄໝ, ອຸປະກອນຄຸນນະພາບສູງ, ແລະ ບໍລິການພັດທະນາຊອບແວຕາມຄວາມຕ້ອງການ. ຍົກລະດັບທຸລະກິດຂອງທ່ານໄປອີກຂັ້ນກັບພວກເຮົາ.

ກ່ຽວກັບພວກເຮົາ

ຮູບພາບຂອງ ກ່ຽວກັບ UnikOnCloud

ພາລະກິດຂອງພວກເຮົາ

UnikOnCloud ມຸ່ງໝັ້ນທີ່ຈະສະໜອງໂຊລູຊັ່ນດ້ານເທັກໂນໂລຢີທີ່ມີຄຸນນະພາບສູງ, ຊ່ວຍເພີ່ມປະສິດທິພາບໃນການດຳເນີນທຸລະກິດ ແລະ ສ້າງຄວາມໄດ້ປຽບໃນການແຂ່ງຂັນໃຫ້ກັບລູກຄ້າຂອງພວກເຮົາ.

ວິໄສທັດ

ພວກເຮົາເຊື່ອວ່າ ເມື່ອຄົນລາວຫັນມາໃຊ້ເຕັກໂນໂລຢີທີ່ພັດທະນາໂດຍຄົນລາວ, ພວກເຮົາບໍ່ພຽງແຕ່ສ້າງທຸລະກິດທີ່ເຂັ້ມແຂງ, ແຕ່ຍັງສ້າງອະນາຄົດທີ່ສົດໃສໃຫ້ກັບວົງການເຕັກໂນໂລຢີລາວ. UnikOnCloud ມຸ່ງໝັ້ນທີ່ຈະເປັນຜູ້ນຳໃນການປະຕິວັດດິຈິຕອນຂອງລາວ, ສ້າງມາດຕະຖານໃໝ່ໃນການບໍລິການ ແລະ ນະວັດຕະກຳ.

ສອບຖາມຂໍ້ມູນເພີ່ມເຕີມ

ການບໍລິການຂອງພວກເຮົາ

ລະບົບ POS ຄົບວົງຈອນ

ສະໜອງ ແລະ ຕິດຕັ້ງລະບົບ Point of Sale (POS) ທີ່ທັນສະໄໝ, ໃຊ້ງານງ່າຍ, ເໝາະສົມກັບທຸລະກິດຫຼາຍປະເພດ ເຊັ່ນ: ຮ້ານຄ້າ, ຮ້ານອາຫານ, ຄາເຟ່.

ພັດທະນາໂປຣແກຣມຕາມຄວາມຕ້ອງການ

ຮັບພັດທະນາໂປຣແກຣມ ແລະ ແອັບພລິເຄຊັນຕ່າງໆ ຕາມຄວາມຕ້ອງການສະເພາະຂອງທຸລະກິດທ່ານ, ຕັ້ງແຕ່ລະບົບຈັດການພາຍໃນຈົນເຖິງເວັບແອັບພລິເຄຊັນ.

ຄຸນສົມບັດຫຼັກຂອງລະບົບ Unik POS

ໃຊ້ງານງ່າຍ

ໜ້າຕາໂປຣແກຣມຖືກອອກແບບມາໃຫ້ເຂົ້າໃຈງ່າຍ, ຮຽນຮູ້ໄວ.

ຈັດການສະຕັອກ

ຕິດຕາມສິນຄ້າຄົງຄັງ, ແຈ້ງເຕືອນເມື່ອສິນຄ້າໃກ້ໝົດ.

ລາຍງານການຂາຍ

ສະຫຼຸບຍອດຂາຍ, ວິເຄາະຂໍ້ມູນເພື່ອວາງແຜນທຸລະກິດ.

ຈັດການລູກຄ້າ

ເກັບຂໍ້ມູນລູກຄ້າ, ສ້າງລາຄາສະເພາະກຸ່ມລູກຄ້າໄດ້.

ເຮັດວຽກຜ່ານຄລາວ

ເຂົ້າເຖິງຂໍ້ມູນໄດ້ທຸກທີ່ທຸກເວລາຜ່ານອິນເຕີເນັດ.

ປັບແຕ່ງໄດ້

ສາມາດປັບແຕ່ງຟັງຊັນໃຫ້ເຂົ້າກັບທຸລະກິດຂອງທ່ານ.

ຮອງຮັບຫຼາຍອຸປະກອນ

ໃຊ້ງານໄດ້ທັງໃນຄອມພິວເຕີ, ແທັບເລັດ, ແລະ ມືຖື.

ຄວາມປອດໄພສູງ

ລະບົບປ້ອງກັນຂໍ້ມູນທີ່ໜ້າເຊື່ອຖື.

ລາຍລະອຽດ Unik POS


ລະບົບຂາຍ

  • ເປີດ-ປິດກະ
  • ຂາຍສິນຄ້າແບບຍິງບາໂຄດ ຫຼື ເລືອກລາຍເອງໄດ້
  • ຂາຍເປັນ ກີບ ບາດ ໂດລ່າ ຢວນ ໄດ້
  • ສະແດງສິນຄ້າດ້ວຍຮູບພາບ ແລະ ລາຄາຊັດເຈນ
  • ມີໜ້າຈຳສຳລັບລູກຄ້າ
  • ສາມາດໃສ່ສ່ວນຫຼຸດບາງສິນຄ້າ ຫຼື ຫຼຸດແບບລວມໄດ້
  • ສາມາດແກ້ໄຂລາຄາສິນຄ້າເວລາທີ່ຈະຂາຍໄດ້ (ສະເພາະຜູ້ມີສິດ)
  • ສະແດງຍອດລວມ VAT
  • ສາມາດພັກບິນໄດ້
  • ເລືອກລູກເວລາຈະຂາຍສິນຄ້າໄດ້
  • ການຮັບເງິນເວລາຂາຍຮັບໄດ້ຫຼາຍປະເພດ ເຊັ່ນ: ເງິນສົດ, ຕິດໜີ້, ເງິນໂອນ ແລະ QR ຕ່າງໆ
  • ເລືອກພິມບິນໄດ້ 3 ຂະໜາດ (58mm, 80mm, A5, A4) ໂດຍບໍ່ຕ້ອງຕັ້ງຄ່າ
  • ສາມາດພິມບິນຍ້ອນຫຼັງໄດ້
  • ຍົກເລີກການຂາຍໄດ້ (ສະເພາະຜູ້ມີສິດ)

ລະບົບສາງ

  • ເພິ່ມສິນຄ້າໄດ້ແບບສະດວກ
  • ໃສ່ລາຄາຕົ້ນທຶນເປັນສະກຸນເງິນ ບາດ, ໂດລ່າ, ຢວນ ແລ້ວປ່ຽນເປັນກີບໄດ້
  • ໃສ່ຮູບພາບໄດ້
  • ອັບເດດລາຄາໄດ້ຕະຫຼອດເວລາ
  • ໃສ່ລາຄາຂາຍສົ່ງ ແລະ ຍ່ອຍໄດ້
  • ປັບລາຄາສິນຄ້າໄດ້ຫຼາຍສິນຄ້າພ້ອມກັນ
  • ຈັດປະເພດສິນຄ້າໄດ້
  • ໃສ່ເລກບາໂຄດ ຫຼື ເລກລະຫັດສິນຄ້າໄດ້
  • ໃສ່ຈຳນວນແຈ້ງເຕືອນ ກໍລະນີສິນຄ້າໃກ້ຈະໝົດ
  • ຮັບສິນຄ້າເຂົ້າສາງ
  • ເບີກສິນຄ້າອອກສາງ
  • ຈັດການສິນຄ້າໝົດອາຍຸ
  • ໃສ່ສິນຄ້າບໍ່ລະບຸຈຳນວນ ໃຫ້ລະບຸຕອນຂາຍໄດ້

ລະບົບຈັດການ/ຕັ້ງຄ່າ

  • ອັບຂໍ້ມູນຮ້ານເຊັ່ນ: ເບີໂທ, ທີ່ຢູ່ ແລະ ໂລໂກ້ໄດ້
  • ອັບເດດອັດຕາແລກປ່ຽນ (ລາຄາປ໋ຽນຕາມອັດຕາແລກປ່ຽນໄດ້)
  • ອັບເດດ VAT
  • ເປິດ/ປິດ ປະເພດຊຳລະ
  • ເພິ່ມຜູ້ໃຊ້ລະບົບ
  • ເພິ່ມກຸ່ມຜູ້ໃຊ້ລະບົບ
  • ຈັດການສິດກຸ່ມຜູ້ໃຊ້
  • ຕັ້ງຄ່າຂະໜາດໃບບິນ

ວຽກງານອື່ນໆ

  • ບັນທຶກລາຍຈ່າຍ
  • ເພິ່ມປະເພດລາຍຈ່າຍ
  • ສະແດງລາຍການຕິດໜີ້
  • ລູກຄ້າຊຳລະໜີ້
  • ພິມບາໂຄດ
  • ສ້າງໃບສະເໜີລາຄາ

ລະບົບສ້ອມແປງ

  • ຮັບເຄື່ອງສ້ອມແປງ
  • ອອກໃບຮັບສ້ອມແປງ
  • ອັບເດດສະຖານະສ້ອມແປງ
  • ອອກໃບສະເໜີລາຄາສ້ອມແປງ
  • ອອກບິນຮັບເງິນຄ່າສ້ອມແປງ
  • ໃສ່ເງື່ອນໄຂຮັບປະກັນໃນບິນສ້ອມແປງໄດ້

ລາຍງານ

  • ລາຍງານຍອດຂາຍ
  • ລາຍງານຍອດຂາຍແບບລວມ
  • ລາຍງານສິນຄ້າທີ່ຂາຍດີ
  • ລາຍງານສິນຄ້າ
  • ລາຍງານຮັບສິນຄ້າ
  • ລາຍງານເບີກສິນຄ້າ
  • ລາຍງານການຊຳລະໜີ້
  • ລາຍງານລາຍຈ່າຍ
  • ລາຍງານສ້ອມແປງ
  • ລາຍງານບິນທີ່ຖືກຍົກເລີກ
  • ລາຍງານຍອດຊື້ຂອງລູກຄ້າ
  • ລາຍງານສິນຄ້າໝົດອາຍຸ

ເທັກໂນໂລຢີຫຼັກທີ່ເຮົາໃຊ້

ພວກເຮົາເລືອກໃຊ້ເທັກໂນໂລຢີທີ່ທັນສະໄໝ, ມີປະສິດທິພາບ ແລະ ເຊື່ອຖືໄດ້ ເພື່ອສ້າງໂຊລູຊັ່ນທີ່ດີທີ່ສຸດໃຫ້ກັບລູກຄ້າ.

ພາສາ & Framework

JavaScript (Angular, Node.js), Golang, Rust, TypeScript, C#, Python, PHP

ຖານຂໍ້ມູນ

MySQL, PostgreSQL, Redis

ຄລາວ & DevOps

AWS, Google Cloud, Docker, Linux (Ubuntu)

ມືຖື (Mobile)

Flutter, Native Android/iOS

ແພັກເກດລະບົບ Unik POS

ເລືອກແພັກເກດທີ່ເໝາະສົມກັບຄວາມຕ້ອງການຂອງທຸລະກິດທ່ານ.

ມາດຕະຖານ

1,800,000 ກີບ / ປີ
  • ໃຊ້ງານຜ່ານເວັບບຣາວເຊີ
  • ຄຸນສົມບັດພື້ນຖານຄົບຖ້ວນ
  • ຊັບພອດ 24/7 ຜ່ານໂທລະສັບ ແລະ ອີເມວ
ແນະນຳ

ພຣີມຽມ

2,500,000 ກີບ / ປີ
  • ໃຊ້ງານຜ່ານເວັບບຣາວເຊີ
  • ສາມາດຕິດຕັ້ງແອັບໃນເຄື່ອງ POS ໂດຍສະເພາະ
  • ວິເຄາະຂໍ້ມູນຂັ້ນສູງ (Advanced Dashboard)
  • ຮອງຮັບໜ້າວຽກນັບສິນຄ້າ ແລະ ນັບຜ່ານແອັບໄດ້
  • ຄຸນສົມບັດຂັ້ນສູງທັງໝົດ
  • ຮອງຮັບຜູ້ໃຊ້ຫຼາຍກວ່າ 10 ຄົນ
  • ຊັບພອດ 24/7 ຜ່ານໂທລະສັບ ແລະ ອີເມວ

ຕ້ອງການແພັກເກດທີ່ປັບແຕ່ງສະເພາະ? ຕິດຕໍ່ພວກເຮົາ ເພື່ອສອບຖາມຂໍ້ມູນເພີ່ມເຕີມ.

ອຸປະກອນ POS ທີ່ເຮົາຈຳໜ່າຍ

ພວກເຮົາມີອຸປະກອນ POS ຄຸນນະພາບສູງໄວ້ຄອຍບໍລິການຄົບຊຸດ.

[ຮູບພາບຂອງ ເຄື່ອງ POS Terminal]
ເຄື່ອງ POS Terminal

ເຄື່ອງຮັບເງິນໜ້າຈໍສຳຜັດ, ທັນສະໄໝ, ປະສິດທິພາບສູງ.

[ຮູບພາບຂອງ ເຄື່ອງສະແກນບາໂຄດ]
ເຄື່ອງສະແກນບາໂຄດ

ອ່ານບາໂຄດໄດ້ຢ່າງວ່ອງໄວ ແລະ ແມ່ນຍຳ, ມີທັງແບບມີສາຍ ແລະ ໄຮ້ສາຍ.

[ຮູບພາບຂອງ ເຄື່ອງພິມໃບບິນ]
ເຄື່ອງພິມໃບບິນ

ເຄື່ອງພິມໃບບິນຄວາມຮ້ອນ, ພິມໄວ, ຄົມຊັດ, ປະຫຍັດ.

[ຮູບພາບຂອງ ລີ້ນຊັກເກັບເງິນ]
ລີ້ນຊັກເກັບເງິນ

ແຂງແຮງ, ທົນທານ, ເຊື່ອມຕໍ່ກັບລະບົບ POS ອັດຕະໂນມັດ.

[ຮູບພາບຂອງ label-printer]
ເຄື່ອງພິມສະຕິກເກີ

ພິມໄວ ຄົມຊັດດີ ຕິດຕັ້ງງ່າຍ.

[ຮູບພາບຂອງ label-printer]
ເຈ້ຍພິມບິນ

ເຈ້ຍກໍ້ໃຫຍ່ ໃຊ້ຄຸ້ມຄ່າ ມີທັງຂະໜາດ 80mm ແລະ 58mm.

ລູກຄ້າທີ່ໄວ້ວາງໃຈ

ພວກເຮົາພູມໃຈທີ່ໄດ້ຮັບໃຊ້ ແລະ ເປັນສ່ວນໜຶ່ງໃນຄວາມສຳເລັດຂອງທຸລະກິດເຫຼົ່ານີ້:

ຄຳຖາມທີ່ຖາມເລື້ອຍໆ (FAQ)

ລະບົບ POS ຂອງພວກເຮົາຖືກອອກແບບມາໃຫ້ມີຄວາມຍືດຫຍຸ່ນ ແລະ ສາມາດປັບໃຊ້ໄດ້ກັບທຸລະກິດຫຼາກຫຼາຍປະເພດ ເຊັ່ນ: ຮ້ານຂາຍເຄື່ອງທົ່ວໄປ, ຮ້ານມິນິມາດ, ຮ້ານຂາຍຢາ, ຮ້ານຂາຍອາໄຫຼ່, ຮ້ານຂາຍໂທລະສັບ ແລະ ສ້ອມແປງ, ຮ້ານເສີມສວຍ, ແລະ ອື່ນໆ. ພວກເຮົາສາມາດປັບແຕ່ງບາງຟັງຊັນໃຫ້ເໝາະສົມກັບຄວາມຕ້ອງການສະເພາະຂອງທ່ານໄດ້.

ໄດ້. ລະບົບ POS ຂອງພວກເຮົາເຮັດວຽກຜ່ານລະບົບຄລາວ (Cloud-based), ຊຶ່ງໝາຍຄວາມວ່າທ່ານສາມາດເຂົ້າເຖິງຂໍ້ມູນການຂາຍ, ສະຕັອກສິນຄ້າ, ແລະ ລາຍງານຕ່າງໆໄດ້ທຸກທີ່ທຸກເວລາ ຜ່ານອຸປະກອນທີ່ມີການເຊື່ອມຕໍ່ອິນເຕີເນັດ ເຊັ່ນ: ຄອມພິວເຕີ, ແທັບເລັດ, ຫຼື ໂທລະສັບມືຖື.

ພວກເຮົາມີທີມງານຊັບພອດທີ່ພ້ອມໃຫ້ບໍລິການ. ສຳລັບທຸກແພັກເກດທ່ານຈະໄດ້ຮັບການຊ່ວຍເຫຼືອຜ່ານທາງໂທລະສັບ, Teamviewer, AnyDesk ແລະ ແຊັດຜ່ານ Whatsapp. ນອກຈາກນີ້, ພວກເຮົາຍັງມີຄູ່ມືການໃຊ້ງານ ແລະ ວິດີໂອສອນ ເພື່ອຊ່ວຍໃຫ້ທ່ານໃຊ້ງານລະບົບໄດ້ຢ່າງຄ່ອງແຄ້ວ.

ແມ່ນແລ້ວ. ນອກຈາກລະບົບ POS, ພວກເຮົາຮັບພັດທະນາໂປຣແກຣມ ແລະ ແອັບພລິເຄຊັນຕາມຄວາມຕ້ອງການສະເພາະ (Custom Software Development) ສຳລັບທຸລະກິດຕ່າງໆ, ບໍ່ວ່າຈະເປັນລະບົບຈັດການພາຍໃນອົງກອນ, ເວັບແອັບພລິເຄຊັນ, ຫຼື ໂຊລູຊັ່ນດ້ານໄອທີອື່ນໆ. ກະລຸນາຕິດຕໍ່ພວກເຮົາເພື່ອປຶກສາຫາລືກ່ຽວກັບໂຄງການຂອງທ່ານ.

ໄລຍະເວລາໃນການຕິດຕັ້ງແມ່ນຂຶ້ນກັບຂະໜາດ ແລະ ຄວາມຊັບຊ້ອນຂອງລະບົບທີ່ທ່ານເລືອກ, ລວມທັງຈຳນວນອຸປະກອນ. ໂດຍທົ່ວໄປ, ສຳລັບການຕິດຕັ້ງພື້ນຖານ, ອາດຈະໃຊ້ເວລາປະມານ 1-2 ຊົ່ວໂມງ. ພວກເຮົາຈະປະເມີນ ແລະ ແຈ້ງໄລຍະເວລາໃຫ້ທ່ານຮູ້ກ່ອນເລີ່ມດຳເນີນການ.

ລະບົບພວກເຮົາຈະສະແດງມື້ໝົດອາຍຸໃນໂປຣແກຣມ ໂດຍຈະນັບຖອຍຫຼັງ ແລະ ແຈ້ງເຕືອນໃຫ້ທ່ານຮັບຊາບ ກ່ອນມື້ໝົດອາຍຸ.

ຕິດຕໍ່ພວກເຮົາ

ສົນໃຈບໍລິການ ຫຼື ມີຄຳຖາມ? ກະລຸນາຕິດຕໍ່ພວກເຮົາຜ່ານຊ່ອງທາງລຸ່ມນີ້:

ຂໍ້ມູນຕິດຕໍ່ອື່ນໆ:
  • 020 9961 6834
  • unikoncloud@gmail.com
  • ບ້ານ ຄຳຮຸ່ງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ